ຄຳຖະແຫງກ່ຽວກັບ Huawei HiSuite ແລະ ຄວາມລັບສ່ວນຕົວ

Huawei HiSuite ເປັນຜະລິດຕະພັນ (ຫຼື ການບໍລິການ) ທີ່ດຳເນີນການໂດຍ Huawei Device Co., Ltd. ແລະ ບໍລິສັດໃນເຄືອທົ່ວໂລກຂອງບໍລິສັດ (ເຊິ່ງຕໍ່ໄປນີ້ເອີ້ນວ່າ “Huawei”, “ພວກເຮົາ”, “ເຮົາ” ຫຼື “ຂອງພວກເຮົາ”) ເຊິ່ງໃຫ້ການສຳຮອງ ແລະ ການກູ້ຄືນຂໍ້ມູນ, ການອັບເດດ ແລະ ການອັບເກຣດລະບົບສຳລັບອຸປະກອນມືຖືຂອງທ່ານ. ພວກເຮົາເຂົ້າໃຈເຖິງຄວາມສຳຄັນຂອງຂໍ້ມູນສ່ວນຕົວຂອງທ່ານ, ແລະ ຈະເຮັດໃຫ້ດີທີ່ສຸດໃນການປົກປ້ອງມັນ. ພວກເຮົາສັນຍາວ່າ ພວກເຮົາຈະໃຊ້ມາດຕະການການຮັກສາຄວາມປອດໄພທີ່ເໝາະສົມ ເພື່ອປົກປ້ອງຂໍ້ມູນສ່ວນຕົວຂອງທ່ານຕາມມາດຕະຖານຄວາມປອດໄພໃນອຸດສາຫະກຳ.

ກະລຸນາອ່ານ ແລະ ເຂົ້າໃຈ ຄຳຖະແຫຼງກ່ຽວກັບ Huawei HiSuite ແລະ ຄວາມລັບສ່ວນຕົວ ກ່ອນໃຊ້ຜະລິດຕະພັນ (ຫຼື ການບໍລິການ) ນີ້.

ໂດຍເອກະສານສະບັບນີ້ ທ່ານ​ຢັ້ງ​ຢືນ ແລະ ຮັບ​ປະ​ກັນ​ວ່າ​ທ່ານ​ແມ່ນ​ຜູ້​ໃຫຍ່​ໃນ​ເວ​ລາ​ທີ່​ທ່ານ​ເລີ່ມ​ໃຊ້​ຜະ​ລິດ​ຕະ​ພັນ​ (ຫຼື ການ​ບໍ​ລິ​ການ​) ນີ້. ຖ້າ​ທ່ານ​ແມ່ນ​ເດັກ​ນ້ອຍ, ​ຜູ້​ປົກ​ຄອງ​ຂອງ​ທ່ານ​ຕ້ອງ​ເຫັນ​ດີໃຫ້​ທ່ານ​ໃຊ້​ຜະ​ລິດ​ຕະ​ພັນ (ຫຼື ການ​ບໍ​ລິ​ການ) ນີ້ ແລະ ເຫັນ​ດີ​ນຳ​ຂໍ້​ກຳ​ນົດ ແລະ ເງື່ອນ​ໄ​ຂ​ທີ່​ກ່ຽວ​ຂ້ອງ.

​ຖ້​າ​ທ່ານ​ມີ​ຄຳ​ຖາມ​, ຄຳ​ຄິດ​ເຫັນ ຫຼື ການ​ແນະ​ນຳ​ໃດໆ, ກະ​ລຸ​ນາ​​ຕິດ​ຕໍ່​ຫາ​ພວກ​ເຮົາ​ຜ່ານ​ສາຍ​ດ່ວນບໍ​ລິ​ການ​ລູກ​ຄ້າ: 400-830-8300/800-830-8300, ຜ່ານຝ່າຍບໍລິການລູກຄ້າທາງອອນລາຍ, ຫຼື ທີ່ສຳນັກງານໃນທົ່ວໂລກຂອງພວກເຮົາ. ສຳລັບລາຍຊື່ສຳນັກງານທັງໝົດຂອງພວກເຮົາ, ກະລຸນາເຂົ້າເບິ່ງໜ້າ ຕິດຕໍ່ Huawei.

ພວກເຮົາມີພະແນກ (ຫຼື ຊ່ຽວຊານ) ທີ່ເອົາ​ໃຈ​ໃສ່​ຕໍ່ການປົກປ້ອງຂໍ້ມູນສ່ວນຕົວທີ່ທ່ານສາມາດເຂົ້າເຖິງ ໂດຍການເຂົ້າເບິ່ງໜ້າ ຄຳຖາມຄວາມລັບສ່ວນຕົວ.

ພາຍໃຕ້ສະພາບປົກກະຕິ, ພວກເຮົາຈະຕອບຄືນພາຍໃນໜຶ່ງເດືອນ.

ຖ້າທ່ານບໍ່ພໍໃຈກັບການຕອບຄືນຂອງພວກເຮົາ, ໂດຍສະເພາະ ຖ້າຮູ້​ສຶກວ່າ​ການ​ປະ​ມວນ​ຜົນ ຫຼື ການຈັດການຂອງພວກເຮົາຕໍ່​ກັບຂໍ້ມູນສ່ວນຕົວຂອງທ່ານລະເມີດ ຫຼື ສົ່ງ​ຜົນ​ເສຍ​ຫາຍ​ຕໍ່​ກັບກັບສິດທິ​ທາງ​ກົດ​ໝາຍ ແລະ/ຫຼື ຜົນປະໂຫຍດຂອງທ່ານ, ທ່ານສາມາດຊອກຫາການແກ້ໄຂບັນຫາຈາກພາຍນອກ, ບໍ່ວ່າຈະຍື່ນ​ຮ້ອງ​ຟ້ອງຕໍ່ສານປະຊາຊົນໃນເຂດອຳນາດທີ່ກ່ຽວຂ້ອງ, ຍື່ນຄຳຮ້ອງຮຽນ​ຫາສະມາຄົມຄຸ້ມຄອງຕົນເອງໃນອຸດສາຫະກຳ ຫຼື ໜ່ວຍງານກຳກັບດູແລທີ່ກ່ຽວຂ້ອງຂອງລັດຖະ​ບານ ຫຼື ໂດຍວິທີການອື່ນໆ.

1. ວິທີທີ່ພວກເຮົາເກັບເອົາ ແລະ ໃຊ້ຂໍ້ມູນສ່ວນຕົວຂອງທ່ານ

ຂໍ້ມູນສ່ວນຕົວໝາຍເຖິງຂໍ້ມູນຕ່າງໆທີ່ຖືກບັນທຶກດ້ວຍລະບົບອີເລັກໂຕຼນິກ ຫຼື ອື່ນໆທີ່ສາມາດໃຊ້ໄດ້ໂດຍລຳພັງ ຫຼື ກ່ຽວຂ້ອງກັບຂໍ້ມູນອື່ນໆ ເພື່ອລະບຸບຸກຄົນສະເພາະ ຫຼື ເພື່ອສະທ້ອນເຖິງກິດຈະກຳຂອງບຸກຄົນທົ່ວໄປທີ່ສະເພາະເຈາະຈົງ.

ຂໍ້ມູນສ່ວນຕົວທີ່ລະອຽດອ່ອນ ລວມທັງ​ເລກ​ລະ​ຫັດ​ປະ​ຈຳ​ຕົວ, ຂໍ້ມູນໄບໂອແມັດ​ທ​ຣິກສ່ວນບຸກຄົນ, ໝາຍເລກບັນຊີທະນາຄານ, ຂໍ້ມູນທາງດ້ານຊັບສິນ, ທີ່ຢູ່, ຂໍ້ມູນການທຸລະກຳ, ແລະ ຂໍ້ມູນສ່ວນຕົວຂອງເດັກນ້ອຍອາຍ 14 ປີລົງມາ.

ພວກເຮົາຈະເກັບເອົາ ແລະ ໃຊ້ຂໍ້ມູນສ່ວນຕົວຂອງທ່ານ ເພື່ອຈຸດປະສົງຕໍ່ໄປນີ້ ທີ່ອະທິບາຍໄວ້ໃນຄຳຖະແຫຼງນີ້:

ການໃຫ້ຟັງຄ໌ຊັນຫຼັກຕໍ່ໄປນີ້ແກ່ທ່ານ

(1) ການ​ສຳ​ຮອງ ແລະ ການ​ກູ້​ຄືນ

ເພື່ອໃຫ້ການບໍລິການສຳຮອງ ແລະ ການກູ້ຄືນ, ພວກເຮົາຈຳເປັນຕ້ອງໄດ້ເກັບເອົາຂໍ້ມູນຕໍ່ໄປນີ້ຂອງທ່ານ:

ຂໍ້ມູນອຸປະກອນ, ລວມທັງຕົວລະບຸອຸປະກອນ, ລະບົບປະຕິບັດງານ, ຊື່ອຸປະກອນ, ລຸ້ນອຸປະກອນ, IP ອຸປະກອນ ແລະ ຂໍ້ມູນຮາດແວອຸປະກອນ (ເຊັ່ນ ລຸ້ນ CPU ແລະ ຂໍ້ມູນ ROM/RAM).

ຂໍ້ມູນຊອບແວຄອມພິວເຕີ, ລວມທັງເວີຊັນ HiSuite ແລະ ເວີຊັນລະບົບປະຕິບັດການ.

ຂໍ້ມູນກ່ອນໜ້າຂອງທ່ານຈະຖືກຈັດເກັບໄວ້ພາຍໃນເຄື່ອງເທົ່ານັ້ນ ແລະ ຈະບໍ່ຖືກອັບໂຫຼດໃສ່ເຊີບເວີຂອງ Huawei.

(2) ການອັບເດດ ແລະ ການສ້ອມແປງລະບົບໂທລະສັບມືຖື

ເພື່ອໃຫ້ການບໍລິການອັບເດດ ແລະ ການສ້ອມແປງລະບົບແກ່ທ່ານຢ່າງໄວ, ພວກເຮົາຈຳເປັນຕ້ອງໄດ້ເກັບເອົາຂໍ້ມູນຕໍ່ໄປນີ້ຂອງທ່ານ:

ຂໍ້ມູນອຸປະກອນ, ລວມທັງຕົວລະບຸອຸປະກອນ, ຊື່ອຸປະກອນ, ລຸ້ນອຸປະກອນ, ລຸ້ນ CPU ອຸປະກອນ, ຂໍ້ມູນ ROM/RAM ແລະ ເວີຊັນລະບົບ.

ຂໍ້ມູນເຄືອຂ່າຍຄອມພິວເຕີ, ລວມທັງທີ່ຢູ່ IP ຂອງ​ທ່ານ.

ຈຸດປະສົງຂອງການເກັບເອົາຂໍ້ມູນດັ່ງກ່າວແມ່ນເພື່ອໃຫ້ເວີຊັນ ROM ທີ່ກົງກັນສຳລັບອຸປະກອນຂອງທ່ານ.

ພວກເຮົາຈະໃຊ້ຂໍ້ມູນສ່ວນຕົວຂອງທ່ານໃນຮູບແບບຕໍ່ໄປນີ້: ຊອກ​ຫາ​ ແລະ ເຜີຍແຜ່ເວີຊັນ ROM ທີ່ເໝາະສົມສຳລັບອຸປະກອນຂອງທ່ານຕາມຂໍ້ມູນອຸປະກອນ ແລະ ລະບົບທີ່ທ່ານໃຫ້, ພ້ອມທັງດາວໂຫຼດ ROM ຫຼ້າສຸດ ແລະ ອັບເດດລະບົບຂອງທ່ານຫຼັງຈາກໄດ້ຮັບການອະນຸຍາດຂອງທ່ານ ເພື່ອແກ້ໄຂຄວາມສ່ຽງທີ່ອາດຈະມີຢູ່ໃນລະບົບ.

ຖ້າທ່ານບໍ່ໃຫ້ຂໍ້ມູນດັ່ງກ່າວ, ພວກເຮົາຈະບໍ່ສາມາດອັບເດດລະບົບຂອງທ່ານ ແລະ ແກ້ໄຂຄວາມສ່ຽງດ້ານຄວາມປອດໄພທີ່ມີຢູ່.

(3) ການອັບເດດ ແລະ ການດາວໂຫຼດແອັບ

ເພື່ອດຳເນີນການອັບເດດ ແລະ ດາວໂຫຼດສຳລັບແອັບທີ່ຕິດຕັ້ງໄວ້ໃນລະບົບຂອງທ່ານ, ພວກເຮົາຈຳເປັນຕ້ອງໄດ້ເກັບເອົາຂໍ້ມູນຕໍ່ໄປນີ້ຂອງທ່ານ:

ຂໍ້ມູນແອັບ, ລວມທັງຊື່ ແລະ ເວີ​ຊັນແອັບ.

ຂໍ້ມູນອຸປະກອນ, ລວມທັງຕົວລະບຸອຸປະກອນ ແລະ UDID.

ຂໍ້ມູນເຄືອຂ່າຍຄອມພິວເຕີ, ລວມທັງທີ່ຢູ່ IP ແລະ ທີ່ຢູ່ Mac ຂອງ​ທ່ານ.

ຈຸດປະສົງຂອງການເກັບເອົາຂໍ້ມູນດັ່ງກ່າວແມ່ນເພື່ອໃຫ້ເວີຊັນແອັບທີ່ກົງ​ກັນສຳລັບອຸປະກອນຂອງທ່ານ.

ພວກເຮົາຈະໃຊ້ຂໍ້ມູນສ່ວນຕົວຂອງທ່ານໃນຮູບແບບຕໍ່ໄປນີ້: ຊອກ​ຫາ​ ແລະ ເຜີຍແຜ່ເວີຊັນແອັບທີ່ເໝາະສົມສຳລັບອຸປະກອນຂອງທ່ານຕາມຂໍ້ມູນແອັບ, ອຸປະກອນ ແລະ ລະບົບທີ່ທ່ານໃຫ້ ແລະ ດາວໂຫຼດເວີຊັນຫຼ້າສຸດຂອງແອັບຫຼັງຈາກໄດ້ຮັບການອະນຸຍາດຂອງທ່ານ.

ຖ້າທ່ານບໍ່ໃຫ້ຂໍ້ມູນດ່ັງກ່າວ, ພວກເຮົາຈະບໍ່ສາມາດຊອກຫາ, ອັບເດດ ແລະ ດາວໂຫຼດເວີຊັນຫຼ້າສຸດຂອງແອັບໄດ້.

(4) ການປັບປຸງການບໍລິການ

ເພື່ອໃຫ້ປະສົບການໃຊ້ບໍລິການທີ່ດີຂຶ້ນແກ່ທ່ານ, ພວກເຮົາຈຳເປັນຕ້ອງເກັບເອົາຂໍ້ມູນຕໍ່ໄປນີ້ຂອງທ່ານ: ສະຖິຕິແອັບ ແລະ ຂໍ້ມູນພຶດຕິກຳການນຳໃຊ້ຂອງ HiSuite. ຈຸດປະສົງຂອງການເກັບເອົາຂໍ້ມູນດັ່ງກ່າວແມ່ນເພື່ອໃຫ້ເວີຊັນແອັບທີ່ກົງ​ກັນສຳລັບອຸປະກອນຂອງທ່ານ.

ພວກເຮົາຈະໃຊ້ຂໍ້ມູນສ່ວນຕົວຂອງທ່ານໃນຮູບແບບຕໍ່ໄປນີ້: ໃຫ້ປະສົບການຜູ້ໃຊ້ທີ່ດີຂຶ້ນ ແລະ ຜະລິດຕະພັນ ແລະ ການບໍລິການສ່ວນຕົວແກ່ທ່ານຕາມສະຖິຕິແອັບຂອງທ່ານ ແລະ ຂໍ້ມູນພຶດຕິກຳການນຳໃຊ້ຂອງ HiSuite.

ເພື່ອເລີ່ມຕົ້ນ ຫຼື ຢຸດໃຊ້ຄຸນສົມບັດນີ້, ພຽງແຕ່ໝາຍເອົາ ຫຼື ບໍ່ໝາຍເອົາ ເຂົ້າຮ່ວມໂປຣແກຣມການປັບປຸງປະສົບການຂອງຜູ້ໃຊ້ ໂດຍໄປທີ່ ການຕັ້ງຄ່າ > ທົ່ວໄປ ໃນ HiSuite.

2. ສິດທິໃນເລື່ອງຂໍ້ມູນຂອງທ່ານ

ທ່ານມ່ວນຊື່ນກັບສິດທິໃນເລື່ອງຂອງຂໍ້ມູນຕາມກົດໝາຍບັງຄັບໃຊ້. ຖ້າທ່ານມີຄຳຖາມ, ຄຳຄິດເຫັນ, ຫຼື ຄຳແນະນຳໃດໜຶ່ງກ່ຽວກັບເລື່ອງສິດທິເລື່ອງຂໍ້ມູນ, ກະລຸນາຕິດຕໍ່ຫາພວກເຮົາໂດຍໃຊ້ຂໍ້ມູນຕິດຕໍ່ໃນຄຳຖະແຫຼງນີ້.

3. ທີ່ຕັ້ງ ແລະ ໄລຍະເວລາບ່ອນຈັດເກັບຂໍ້ມູນ

(1) ທີ່ຕັ້ງບ່ອນຈັດເກັບຂໍ້ມູນ

ຂໍ້ມູນສ່ວນຕົວທີ່ພວກເຮົາເກັບເອົາ ແລະ ສ້າງພາຍໃຕ້ການບໍລິການການອັບເດດ ແລະ ການສ້ອມແປງລະບົບໂທລະສັບມືຖື ຈະຖືກຈັດເກັບໄວ້ໃນເຊີບເວີໃນສາທາລະນະລັດ ປະຊາຊົນຈີນ

(2) ໄລຍະເວລາບ່ອນຈັດເກັບຂໍ້ມູນ

ພວກເຮົາຈະຈັດເກັບຂໍ້ມູນສ່ວນຕົວຂອງທ່ານສຳລັບເວລາທີ່ຈຳເປັນເທົ່ານັ້ນ ເພື່ອຈຸດປະສົງຂອງມັນ, ແລະ ລຶບ ຫຼື ບໍ່ລະບຸຂໍ້ມູນສ່ວນຕົວຂອງທ່ານເກີນກວ່າໄລຍະເວລາທີ່ກຳນົດໄວ້ຢູ່ເບື້ອງລຸ່ມ, ຍົກເວັ້ນທີ່ກົດໝາຍ ແລະ ຂໍ້ບັງຄັບກຳນົດໄວ້ເປັນຢ່າງອື່ນ.

ສຳລັບການບໍລິການການອັບເດດ ແລະ ການສ້ອມແປງໂທລະສັບມືຖື, ໄລຍະເວລາການເກັບຮັກສາສະເພາະໃນຂໍ້ມູນສ່ວນຕົວຂອງທ່ານມີດັ່ງຕໍ່ໄປນີ້:

ຂໍ້ມູນສ່ວນຕົວທີ່ກ່າວມາຂ້າງເທິງນັ້ນຈະຖືກລຶບຫຼັງຈາກຫົກ (6) ເດືອນຈາກວັນສຸດທ້າຍທີ່ທ່ານຕິດຕໍ່ພົວພັນກັບພວກເຮົາ, ຈະບໍ່ມີການທຸລະກຳທາງດ້ານທຸລະກິດໃດໆເກີດຂຶ້ນໃນລະຫວ່າງໄລຍະເວລານີ້.

ນອກຈາກນີ້, ຖ້າພວກເຮົາຍົກເລີກຜະລິດຕະພັນ ຫຼື ການບໍລິການຂອງພວກເຮົາ, ພວກເຮົາຈະແຈ້ງໃຫ້ທ່ານຊາບໃນຮູບແບບການແຈ້ງເຕືອນພຸຊ໌, ການປະກາດ, ຫຼື ວິທີການອື່ນໆ, ແລະ ລຶບ ຂໍ້ມູນສ່ວນຕົວຂອງທ່ານ ຫຼື ບໍ່ລະບຸຊື່ພາຍໃນໄລຍະເວລາທີ່ເໝາະສົມ.

4. ການອັບເດດຄຳຖະແຫຼງການນີ້

Huawei ຂໍສະຫງວນລິຂະສິດໃນການອັບເດດຄຳຖະແຫຼງການນີ້ໃນໄລຍະເວລາອັນໃກ້ນີ້. ເມື່ອມີການປ່ຽນແປງເກີດຂຶ້ນ, ພວກເຮົາຈະສົ່ງການແຈ້ງເຕືອນການປ່ຽນແປງໃຫ້ກັບທ່ານ ໃນຮູບແບບກ່ອງໂຕ້ຕອບແບບປັອບອັບ. ພວກເຮົາຈະເກັບເອົາ, ໃຊ້, ແລະ ຈັດເກັບຂໍ້ມູນສ່ວນຕົວຂອງທ່ານຕາມຄຳຖະແຫຼງການທີ່ອັບເດດໂດຍໄດ້ຮັບການຍິນຍອມຈາກທ່ານ.

ຄຳຖະແຫຼງນີ້ມີຜົນນຳໃຊ້ຕັ້ງແຕ່ວັນທີທີ່ມີການອັບເດດ.

ອັບເດດຫຼ້າສຸດ: ວັນທີ 25 ເມສາ 2018

ຂໍ້ສຳຄັນ: ຄຳຖະແຫຼງຄວາມລັບສ່ວນຕົວນີ້ປະກອບດ້ວຍຄຳຖະແຫຼງຄວາມລັບສ່ວນຕົວ ແລະ ຄວາມມຸ້ງໝັ້ນສຳລັບແອັບ Huawei HiSuite. ເພື່ອຮຽນຮູ້ເພີ່ມເຕີມກ່ຽວກັບສິດທິໃນເລື່ອງຂໍ້ມູນ, ມາດຕະການຄວາມປອດໄພຂອງຂໍ້ມູນ ແລະ ລາຍລະອຽດອື່ນໆ, ກະລຸນາອ່ານ ຄຳຖະແຫຼງຄວາມລັບສ່ວນຕົວໃນທຸລະກິດຜູ້ບໍລິໂພກຂອງ Huawei.